[go: up one dir, main page]

Jump to content

ຄອບຄົວ

ຈາກ ວິກິພີເດຍ

ຄອບຄົວ ແມ່ນກຸ່ມຂອງຜູ້ຄົນເຊິ່ງສືບເຊື້ອສາຍມາຈາກບັນພະບຸລຸດດຽວກັນ ມີຄວາມໃກ້ຊິດກັນ ແລະອາໄສໃນບ່ອນດຽວກັນ.​ ຄວາມໝາຍຂອງຄອບຄົວໃນທາງພັນທຸສາດ ແມ່ນພິຈາລະນາຮອດຄວາມສຳພັນທາງສາຍເລືອດເປັນຫຼັກ ແຕ່ໃນສັງຄົມ ຄົນທົ່ວໄປມັກເຂົ້າໃຈຄວາມໝາຍຂອງຄອບຄົວໃນທາງພາບລັກຫຼາຍກວ່າທາງພັນທຸສາດ.